+ ການໍຊູ2ນິ້ວ ຫຼື ທີ່ເອີ້ນກັນໃນພາສາອັງກິດວ່າ ``V sign´´ ນັ້ນເປັນທີ່ຮູ້ຈັກກັນດີໃນຄວາມໝາຍຂອງ``ໄຊຊະນະ´´ຄື V ແທນຄຳວ່າ Victory ຢ່າງໃດກໍ່ຕາມ ການຊູສອງນິ້ວຍັງໝາຍເຖິງ``ສັນຕິພາບ´´ແລະ ``ການດູຖູກຢຽບຢາມທ້າທາຍ´´ໄດ້ອີກດ້ວຍ.
+ໂດຍຫາກເຮົາສະແດງອາກັບອາການກິລິຍາດ້ວຍການຊູສອງນິ້ວ ແຕ່ຫັນຝາມືເຂົ້າຫາຕົວເອງ ໃນສະຫະລາຊອານາຈັກຢ່າງອັງກິດ,ສະກອດແລນດ໌ແລ້ວຖືວ່າເປັນສະແດງທ່າທາງດູຖູກຢຽບຢາມຕໍ່ວ່າອີກຝ່າຍໜຶ່ງຢູ່ ໂດຍຄວາມໝາຍຂອງການເຮັດເຊັ່ນນັ້ນຈະຄືກັບວ່າເຮົາໄປເຮັດທ່າ``ຊູນິ້ວກາງ´´(The finger) ໃຫ້ຄົນອື່ນເລີຍທີ່ດຽວ.
+ສ່ວນໃນປະເທດສະຫະລັດອາເມຣິກາ ການຊູ2ນິ້ວນັ້ນຈະໃຊ້ກັນໃນຄວາມທີ່ວ່າເປັນການສະແດງ``ສັນຕິພາບ´´ຫຼາຍກວ່າໂດຍເລີ່ມໄດ້ຮັບຄວາມນິຍົມມາຈາກການທີ່ປະຊາຊົນອອກມາເຄື່ອນໄຫວເພື່ອໃຫ້ເກີດ``ສັນຕິພາບ´´ໃນຊ່ວງທົດສະຫວັດທີ່ 1960.
+ສຳຫຼັບປະເທດໃນ"ທະວີບອາຊີ ຫື ເອເຊີ"(Asia)ນັ້ນສ່ວນໃຫຍ່ຈະໃຊ້ກັນຕອນຖ່າຍຮູບໂດຍບໍ່ໄດ້ມີຄວາມໝາຍຫຍັງຊ້ອນຢູ່ເລີຍແຕ່ໃນເວລາຕໍ່ມາຜູ້ຄົນນອກທະວີບອາຊີເລີ່ມຫັນມາຊູ2ນິ້ວຕອນຖ່າຍຮູບກັນຫຼາຍຍິ່ງຂຶ້ນອັນເປັນຜົນສຶບເນື້ອງມາຈາກບັນດາກາຣ໌ຕູນຂອງ"ຢີ່ປຸ່ນ"ທີ່ໄປໄດ້ຮັບຄວາມນິຍົມໃນປະເທດອຶ່ນໆ ໂດຍບາງຄົນເຊື່ອວ່າການທີ່ຊາວ"ຢີ່ປຸ່ນ"ນິຍົມຊູ2ນິ້ວນັ້ນຕ້ອງການສື່ເຖິງສັນຕິພາບຫຼັງຈາກທີ່"ຢີ່ປຸ່ນ"ໂດນບອມບ໌ດ້ວຍລະເບີດປະຣະມານູໄປ.
+ທັງນີ້ ສຳຫຼັບຈຸດເລີ່ມຕົ້ນຂອງການຊູ2ນິ້ວນັ້ນບໍ່ມີການບັນທຶກເອົາໄວຢ່າງຊັດເຈນວ່າເກີດຂຶ້ນເມື່ອໃດ ສະນັ້ນ,ເປັນທີ່ເຊື່ອກັນມາຢ່າງຍາວນານວ່າຈຸດເລີ່ມຕົ້ນຂອງການຊູ2ນິ້ວນັ້ນເລີ່ມຈາກພົນທະນູຊາວເວລສ໌ ທີ່ຕໍ່ສູ່ຮ່ວມກັບອັງກິດໃນການສູ້ຮົບທີ່ບ້ານອະກິນຄອຣ໌ຕ ທາງທິດເໜືອຂອງຝຣັ່ງເສດ ເມື່ອວັນທີ່ 25 ຕຸລາ 1415 ອັນເປັນສ່ວນໜຶ່ງ ຂອງສົງຄາມຮ້ອຍປີລະຫວ່າງອັງກິດແລະຝຣັ່ງເສດເຊິ່ງມີການກ່າວໄວ້ວ່າທະຫານຝຣັ່ງເສດຈະຕັດນິ້ວມືຂ້າງຂວາຂອງພົນທະນູຊາວເວລສ໌ທີ່ຖືກຈັບຕົວໄດ້ໄປ2ນິ້ວ ຈົນບໍ່ສາມາດຍິ່ງ ທະນູໄດ້ອີກ ດ້ວຍເຫດນີ້ ບັນດາພົນທະນູຊາວເວລສ໌ທີ່ຍັງບໍ່ຖືກຈັບຕົວໄດ້ຈຶ່ງຊູນິ້ວ2ນິ້ວ ເປັນການດູຖູກຢຽບຢາມທ້າທາຍທະຫານຂອງຝຣັ່ງເສດ.

ไม่มีความคิดเห็น:
แสดงความคิดเห็น