วันเสาร์ที่ 19 มีนาคม พ.ศ. 2559

วันพุธที่ 16 มีนาคม พ.ศ. 2559

ຂ້ອຍຮັກເຈົ້າ ພາສາອັງກິດເວົ້າແນວໃດ?

ຂ້ອຍຮັກເຈົ້າ 

ໃນພາສາອັງກິດເວົ້າວ່າ I love you

ຄຳອ່ານ ໄອ ເລີຟ ຢູ

วันจันทร์ที่ 1 กุมภาพันธ์ พ.ศ. 2559

ປະຫວັດວັນວາເລັນທາຍ

    ວັນແຫ່ງຄວາມຮັກ ວາເລັນໄທນ໌
          (valentine's day)

14 ກຸມພາຂອງທຸກໆປີ ເປັນວັນວາເລັນໄທນຸ໌
ວັນແຫ່ງຄວາມຮັກ ວັນທີ່ທຸກຄົນຈະມອບຄວາມຮັກ
ໃຫ້ກັນ ແລະກັນເປັນພິເສດ

#ວາເລັນໄທນ໌ ມີມາຕັ້ງແຕ່ສະໄໝຈັກກະພັດ
ໂຣມັນ ເຊິ່ງໃນວັນທີ່ 14 ກຸມພາ ຈະເປັນສະເຫຼີມ
ສະຫຼອງຂອງຈູໂນ່ເຊິ່ງເປັນລາຊີນີແຫ່ງເຫຼົ່າເທບ
ແລະເທບທິດາຂອງໂຣມັນ ຊາວໂຣມັນຮູ້ຈັກນາງ
ໃນນາມຂອງເທບທິດາແຫ່ງອິສຕີ ແລະການແຕ່ງ
ງານ ແລະໃນວັນຖັດມາຄືວັນທີ່ 15 ກຸມພາ ກໍ່ຈະ
ເປັນວັນເລີ່ມຕົ້ນງານລ້ຽງຂອງເດັກໜຸ່ມ ແລະເດັກ
ສາວ ຕໍ່ມາໃນ ລັດສະໄໝຈັກກະພັດ ຄລໍດີອັສ ທີ2
(Emperor claudius ll) ແຫ່ງກຸງໂຣມ ທີ່ມີກະສັດ
ໃຈຄໍດຸຮ້າຍ ແລະຊົງນິຍົມການເຮັດສົງຄາມນອງ
ເລືອດ ແລະຊົງຫ້າມການຈັດພິທີໝັ້ນ ແລະແຕ່ງ
ງານກັນໃນໂຣມໂດຍເດັດຂາດ                         

ໂດຍຂະນະນັ້ນມີນັກບຸນຮູບໜຶ່ງຊື່ວ່າ"ເຊັນຕ໌ 
ວາເລັນໄທນ໌" ຫຼື "ວາເລັນຕິນັສ'' ເຊິ່ງອາໃສຢູ່ໃນ
ກຸງໂຣມໄດ້ຮ່ວມມືກັບເຊັນຕ໌ ມາຣິນັສ ຈັດພິທີແຕ່ງ
ງານໃຫ້ກັບ ຊາວຄຣິສຫຼາຍຄູ່ ດ້ວຍຄວາມປາດຖະ
ໜາດີ ຂອງທ່ານນີ້ເອງ ຈຶ່ງເຮັດໃຫ້ເຂົາຖືກປະຫານ
ຊີວິດໂດຍເຈົ້າໜ້າທີ່ບ້ານເມືອງ ກ່ອນເຂົາຈະຖືກ
ປະຫານຊີວິດ ເຊັນຕ໌ ວາເລັນໄທນ໌ ໄດ້ຕົກຫຼຸມຮັກ
ຍິງສາວທີ່ເປັນລູກສາວຂອງຜູ້ຄຸມທີ່ຊື່ວ່າ "ຈູເລຍ"
ເຊິ່ງໄດ້ມາຢ່ຽມເຂົາ ລະຫວ່າງທີ່ຖືກຄຸມຂັງໃນຄືນ
ກ່ອນທີ່ວາເລັນໄທນ໌ຈະຖືກປະຫານຊີວິດນັ້ນ ເຂົາໄດ້ສົ່ງຈົດໝາຍສະບັບສຸດທ້າຍເຖິງຈູເລຍອັນ
ເປັນທີ່ຮັກ ໂດຍລົງທ້າຍວ່າ:                                
"From your valentine"


ໃນວັນທີ່ 14 ກຸມພາ ຄ.ສ 270 (ວາເລັນໄທນ໌) ຫຼື
ພ.ສ 813 ປະມານ 1,738 ປີ ຫຼັງຈາກນັ້ນສົບຂອງ
ເຂົາຖືກເກັບໄວ້ທີ່ໂບດພຣາຊີເດສ(Praxedes)ທີ່
ກຸງໂຣມເຊິ່ງຈູເລຍໄດ້ປູກຕົ້ນອາມັນຕ໌ຫຼື ອັລມອລ
ຕ໌ສີຊົມພູ ໄວ້ໃຫ້ຫຼຸມສົບຂອງເຊັນຕ໌ ວາເລັນໄທນ໌
ຫຼື ວາເລັນຕິນັສ ແດ່ຜູ້ເປັນທີ່ຮັກຂອງນາງ ໂດຍໃນ
ທຸກມື້ນີ້ຕົ້ນອາມັນຕ໌ສີຊົມພູ ໄດ້ເປັນຕົວແທນແຫ່ງ
ຮັກນິລັນດອນ ແລະມິດຕະພາບອັນສວຍງາມແລະ
ຄຳນີ້ກໍ່ເປັນຄຳທີ່ໃຊ້ມາຈົນເຖິງປະຈຸບັນ.               

ເຖິງແມ້ວ່າເບື້ອງຫຼັງຄວາມເປັນຈິງຂອງວາເລັນໄທ
ນ໌ຈະເປັນຕຳນານທີ່ມືດມົວ ແຕ່ເລື່ອງລາວຍັງຄົງ
ສະແດງໃຫ້ເຫັນເຖິງຄວາມຮູ້ສຶກສົງສານຄວາມກ້າ
ຫານແລະທີ່ສຳຄັນທີ່ສຸດເປັນເຄື່ອງໝາຍຂອງຄວາມໂຣແມນຕິກ ຈຶ່ງບໍ່ໜ້າປະຫຼາດໃຈເລີຍວ່າໃນຊ່ວງ
ຍຸກກາງວາເລັນໄທນ໌ເປັນນັກບຸນທີ່ມີຊື່ສຽງຫຼາຍທີ່
ສຸດໃນອັງກິດ ແລະຝຣັ່ງເສດ ຕໍ່ພຣະໃນນິກາຍ     ໂຣມັນ ຄາທໍລິກ ຈຶ່ງເລືອກໃຫ້ວັນທີ່14 ກຸມພາເປັນ
ວັນສະເຫຼີມສະຫຼອງເທດສະການແຫ່ງຄວາມຮັກ
ແລະເບິ່ງຄືວ່າ ຄົງເປັນທຳນຽມທີ່ຊາຍໜຸ່ມຈະ     ເລືອກຍິງສາວທີ່ຕົນເອງເພິ່ງພໍໃຈໃນວັນວາເລັນ ໄທນ໌ສືບຕໍກັນມາຈົນເຖິງທຸກມື້ນີ້                         

วันพุธที่ 23 ธันวาคม พ.ศ. 2558

ຄຳຂວັນຂອງແຂວງຄຳມ່ວນແມ່ນແນວໃດ?

ຕອບ: ຄຳມ່ວນດິນແດນທຳມະຊາດປະຫວັດສາດວິລະຊົນຕົ້ນກຳເນີດລຳພະຍາມະຫາໄຊກິນຊຸບໜໍ່ໄມ້ແກ້ງໄກ່ໃສ່ສານນະມັດສະການພະທາດສີໂຄດຕະບອງເປັນເຈົ້າຂອງເຂົ້າໜົມປ່ານປະສານປວງປະຊາເລັ່ງພັດທະນາຊ່ວຍປະຊາໃຫ້ມີສຸກ.

วันศุกร์ที่ 11 ธันวาคม พ.ศ. 2558

I love you ແປວ່າຫຍັງ?

i love you

I love you ແປວ່າ ຂອ້ຍຮັກເຈົ້າ
ຖ້າຖາມຄົນທີ່ເຮົາສົງໄສເປັນຕົວຢ່າງເຊັ່ນ:
ຖາມ: Do you love me?
ຕອບປະຕິເສດ: No,i don't
ຕອບບໍ່ປະຕິເສດ:Yes,i do

วันศุกร์ที่ 4 ธันวาคม พ.ศ. 2558

ກຳເນີດການຊູ2ນິ້ວ (Vsign)

+ ການໍຊູ2ນິ້ວ ຫຼື ທີ່ເອີ້ນກັນໃນພາສາອັງກິດວ່າ ``V sign´´ ນັ້ນເປັນທີ່ຮູ້ຈັກກັນດີໃນຄວາມໝາຍຂອງ``ໄຊຊະນະ´´ຄື V ແທນຄຳວ່າ Victory ຢ່າງໃດກໍ່ຕາມ ການຊູສອງນິ້ວຍັງໝາຍເຖິງ``ສັນຕິພາບ´´ແລະ ``ການດູຖູກຢຽບຢາມທ້າທາຍ´´ໄດ້ອີກດ້ວຍ.

+ໂດຍຫາກເຮົາສະແດງອາກັບອາການກິລິຍາດ້ວຍການຊູສອງນິ້ວ ແຕ່ຫັນຝາມືເຂົ້າຫາຕົວເອງ ໃນສະຫະລາຊອານາຈັກຢ່າງອັງກິດ,ສະກອດແລນດ໌ແລ້ວຖືວ່າເປັນສະແດງທ່າທາງດູຖູກຢຽບຢາມຕໍ່ວ່າອີກຝ່າຍໜຶ່ງຢູ່ ໂດຍຄວາມໝາຍຂອງການເຮັດເຊັ່ນນັ້ນຈະຄືກັບວ່າເຮົາໄປເຮັດທ່າ``ຊູນິ້ວກາງ´´(The finger) ໃຫ້ຄົນອື່ນເລີຍທີ່ດຽວ.

+ສ່ວນໃນປະເທດສະຫະລັດອາເມຣິກາ ການຊູ2ນິ້ວນັ້ນຈະໃຊ້ກັນໃນຄວາມທີ່ວ່າເປັນການສະແດງ``ສັນຕິພາບ´´ຫຼາຍກວ່າໂດຍເລີ່ມໄດ້ຮັບຄວາມນິຍົມມາຈາກການທີ່ປະຊາຊົນອອກມາເຄື່ອນໄຫວເພື່ອໃຫ້ເກີດ``ສັນຕິພາບ´´ໃນຊ່ວງທົດສະຫວັດທີ່ 1960.

+ສຳຫຼັບປະເທດໃນ"ທະວີບອາຊີ ຫື ເອເຊີ"(Asia)ນັ້ນສ່ວນໃຫຍ່ຈະໃຊ້ກັນຕອນຖ່າຍຮູບໂດຍບໍ່ໄດ້ມີຄວາມໝາຍຫຍັງຊ້ອນຢູ່ເລີຍແຕ່ໃນເວລາຕໍ່ມາຜູ້ຄົນນອກທະວີບອາຊີເລີ່ມຫັນມາຊູ2ນິ້ວຕອນຖ່າຍຮູບກັນຫຼາຍຍິ່ງຂຶ້ນອັນເປັນຜົນສຶບເນື້ອງມາຈາກບັນດາກາຣ໌ຕູນຂອງ"ຢີ່ປຸ່ນ"ທີ່ໄປໄດ້ຮັບຄວາມນິຍົມໃນປະເທດອຶ່ນໆ ໂດຍບາງຄົນເຊື່ອວ່າການທີ່ຊາວ"ຢີ່ປຸ່ນ"ນິຍົມຊູ2ນິ້ວນັ້ນຕ້ອງການສື່ເຖິງສັນຕິພາບຫຼັງຈາກທີ່"ຢີ່ປຸ່ນ"ໂດນບອມບ໌ດ້ວຍລະເບີດປະຣະມານູໄປ.

+ທັງນີ້ ສຳຫຼັບຈຸດເລີ່ມຕົ້ນຂອງການຊູ2ນິ້ວນັ້ນບໍ່ມີການບັນທຶກເອົາໄວຢ່າງຊັດເຈນວ່າເກີດຂຶ້ນເມື່ອໃດ ສະນັ້ນ,ເປັນທີ່ເຊື່ອກັນມາຢ່າງຍາວນານວ່າຈຸດເລີ່ມຕົ້ນຂອງການຊູ2ນິ້ວນັ້ນເລີ່ມຈາກພົນທະນູຊາວເວລສ໌ ທີ່ຕໍ່ສູ່ຮ່ວມກັບອັງກິດໃນການສູ້ຮົບທີ່ບ້ານອະກິນຄອຣ໌ຕ ທາງທິດເໜືອຂອງຝຣັ່ງເສດ ເມື່ອວັນທີ່ 25 ຕຸລາ 1415 ອັນເປັນສ່ວນໜຶ່ງ ຂອງສົງຄາມຮ້ອຍປີລະຫວ່າງອັງກິດແລະຝຣັ່ງເສດເຊິ່ງມີການກ່າວໄວ້ວ່າທະຫານຝຣັ່ງເສດຈະຕັດນິ້ວມືຂ້າງຂວາຂອງພົນທະນູຊາວເວລສ໌ທີ່ຖືກຈັບຕົວໄດ້ໄປ2ນິ້ວ ຈົນບໍ່ສາມາດຍິ່ງ ທະນູໄດ້ອີກ ດ້ວຍເຫດນີ້ ບັນດາພົນທະນູຊາວເວລສ໌ທີ່ຍັງບໍ່ຖືກຈັບຕົວໄດ້ຈຶ່ງຊູນິ້ວ2ນິ້ວ ເປັນການດູຖູກຢຽບຢາມທ້າທາຍທະຫານຂອງຝຣັ່ງເສດ.



ຍົກສອງນິ້ວ