วันเสาร์ที่ 26 พฤศจิกายน พ.ศ. 2559
วันเสาร์ที่ 19 มีนาคม พ.ศ. 2559
วันพุธที่ 16 มีนาคม พ.ศ. 2559
ຂ້ອຍຮັກເຈົ້າ ພາສາອັງກິດເວົ້າແນວໃດ?
ຂ້ອຍຮັກເຈົ້າ
ໃນພາສາອັງກິດເວົ້າວ່າ I love you
ຄຳອ່ານ ໄອ ເລີຟ ຢູ
วันจันทร์ที่ 1 กุมภาพันธ์ พ.ศ. 2559
ປະຫວັດວັນວາເລັນທາຍ
ວັນແຫ່ງຄວາມຮັກ ວາເລັນໄທນ໌
(valentine's day)
14 ກຸມພາຂອງທຸກໆປີ ເປັນວັນວາເລັນໄທນຸ໌
ວັນແຫ່ງຄວາມຮັກ ວັນທີ່ທຸກຄົນຈະມອບຄວາມຮັກ
ໃຫ້ກັນ ແລະກັນເປັນພິເສດ
#ວາເລັນໄທນ໌ ມີມາຕັ້ງແຕ່ສະໄໝຈັກກະພັດ
ໂຣມັນ ເຊິ່ງໃນວັນທີ່ 14 ກຸມພາ ຈະເປັນສະເຫຼີມ
ສະຫຼອງຂອງຈູໂນ່ເຊິ່ງເປັນລາຊີນີແຫ່ງເຫຼົ່າເທບ
ແລະເທບທິດາຂອງໂຣມັນ ຊາວໂຣມັນຮູ້ຈັກນາງ
ໃນນາມຂອງເທບທິດາແຫ່ງອິສຕີ ແລະການແຕ່ງ
ງານ ແລະໃນວັນຖັດມາຄືວັນທີ່ 15 ກຸມພາ ກໍ່ຈະ
ເປັນວັນເລີ່ມຕົ້ນງານລ້ຽງຂອງເດັກໜຸ່ມ ແລະເດັກ
ສາວ ຕໍ່ມາໃນ ລັດສະໄໝຈັກກະພັດ ຄລໍດີອັສ ທີ2
(Emperor claudius ll) ແຫ່ງກຸງໂຣມ ທີ່ມີກະສັດ
ໃຈຄໍດຸຮ້າຍ ແລະຊົງນິຍົມການເຮັດສົງຄາມນອງ
ເລືອດ ແລະຊົງຫ້າມການຈັດພິທີໝັ້ນ ແລະແຕ່ງ
ງານກັນໃນໂຣມໂດຍເດັດຂາດ
ໂດຍຂະນະນັ້ນມີນັກບຸນຮູບໜຶ່ງຊື່ວ່າ"ເຊັນຕ໌
ວາເລັນໄທນ໌" ຫຼື "ວາເລັນຕິນັສ'' ເຊິ່ງອາໃສຢູ່ໃນ
ກຸງໂຣມໄດ້ຮ່ວມມືກັບເຊັນຕ໌ ມາຣິນັສ ຈັດພິທີແຕ່ງ
ງານໃຫ້ກັບ ຊາວຄຣິສຫຼາຍຄູ່ ດ້ວຍຄວາມປາດຖະ
ໜາດີ ຂອງທ່ານນີ້ເອງ ຈຶ່ງເຮັດໃຫ້ເຂົາຖືກປະຫານ
ຊີວິດໂດຍເຈົ້າໜ້າທີ່ບ້ານເມືອງ ກ່ອນເຂົາຈະຖືກ
ປະຫານຊີວິດ ເຊັນຕ໌ ວາເລັນໄທນ໌ ໄດ້ຕົກຫຼຸມຮັກ
ຍິງສາວທີ່ເປັນລູກສາວຂອງຜູ້ຄຸມທີ່ຊື່ວ່າ "ຈູເລຍ"
ເຊິ່ງໄດ້ມາຢ່ຽມເຂົາ ລະຫວ່າງທີ່ຖືກຄຸມຂັງໃນຄືນ
ກ່ອນທີ່ວາເລັນໄທນ໌ຈະຖືກປະຫານຊີວິດນັ້ນ ເຂົາໄດ້ສົ່ງຈົດໝາຍສະບັບສຸດທ້າຍເຖິງຈູເລຍອັນ
ເປັນທີ່ຮັກ ໂດຍລົງທ້າຍວ່າ:
"From your valentine"
ໃນວັນທີ່ 14 ກຸມພາ ຄ.ສ 270 (ວາເລັນໄທນ໌) ຫຼື
ພ.ສ 813 ປະມານ 1,738 ປີ ຫຼັງຈາກນັ້ນສົບຂອງ
ເຂົາຖືກເກັບໄວ້ທີ່ໂບດພຣາຊີເດສ(Praxedes)ທີ່
ກຸງໂຣມເຊິ່ງຈູເລຍໄດ້ປູກຕົ້ນອາມັນຕ໌ຫຼື ອັລມອລ
ຕ໌ສີຊົມພູ ໄວ້ໃຫ້ຫຼຸມສົບຂອງເຊັນຕ໌ ວາເລັນໄທນ໌
ຫຼື ວາເລັນຕິນັສ ແດ່ຜູ້ເປັນທີ່ຮັກຂອງນາງ ໂດຍໃນ
ທຸກມື້ນີ້ຕົ້ນອາມັນຕ໌ສີຊົມພູ ໄດ້ເປັນຕົວແທນແຫ່ງ
ຮັກນິລັນດອນ ແລະມິດຕະພາບອັນສວຍງາມແລະ
ຄຳນີ້ກໍ່ເປັນຄຳທີ່ໃຊ້ມາຈົນເຖິງປະຈຸບັນ.
ເຖິງແມ້ວ່າເບື້ອງຫຼັງຄວາມເປັນຈິງຂອງວາເລັນໄທ
ນ໌ຈະເປັນຕຳນານທີ່ມືດມົວ ແຕ່ເລື່ອງລາວຍັງຄົງ
ສະແດງໃຫ້ເຫັນເຖິງຄວາມຮູ້ສຶກສົງສານຄວາມກ້າ
ຫານແລະທີ່ສຳຄັນທີ່ສຸດເປັນເຄື່ອງໝາຍຂອງຄວາມໂຣແມນຕິກ ຈຶ່ງບໍ່ໜ້າປະຫຼາດໃຈເລີຍວ່າໃນຊ່ວງ
ຍຸກກາງວາເລັນໄທນ໌ເປັນນັກບຸນທີ່ມີຊື່ສຽງຫຼາຍທີ່
ສຸດໃນອັງກິດ ແລະຝຣັ່ງເສດ ຕໍ່ພຣະໃນນິກາຍ ໂຣມັນ ຄາທໍລິກ ຈຶ່ງເລືອກໃຫ້ວັນທີ່14 ກຸມພາເປັນ
ວັນສະເຫຼີມສະຫຼອງເທດສະການແຫ່ງຄວາມຮັກ
ແລະເບິ່ງຄືວ່າ ຄົງເປັນທຳນຽມທີ່ຊາຍໜຸ່ມຈະ ເລືອກຍິງສາວທີ່ຕົນເອງເພິ່ງພໍໃຈໃນວັນວາເລັນ ໄທນ໌ສືບຕໍກັນມາຈົນເຖິງທຸກມື້ນີ້
สมัครสมาชิก:
ความคิดเห็น (Atom)